ຄຳຮຽກຮ້ອງ
ພປລ ເຖິງ ສະຫະປະຊາຊາດ ເພື່ອໃຫ້
ໃຊ້ມາຕະການ ແກ້ໄຂ ບັນຫາ ໃນພະມ້າ ຢ່າງຮີບດ່ວນ
ຄຳຮຽກຮ້ອງ
ພປລ ເຖິງ ສະຫະປະຊາຊາດ
ເພື່ອໃຫ້
ໃຊ້ມາຕະການ ແກ້ໄຂ ບັນຫາ ໃນພະມ້າ ຢ່າງຮີບດ່ວນ
ພາຍຫລັງທີ່
ຜະເດັດການທະຫານພະມ້າ ໄດ້ ທຳການຢຶດອຳນາດ ນັບແຕ່ວັນທີ່ 1 ກຸມພາ 2021 ໂດຍທຳການລົບລ້າງສະພາແລະ ຈັບກຸມ ຜູ້ນຳທາງການເມືອງທີ່ຖືກເລືອກຕັ້ງມາຈາກປະຊາຊົນ
ຝ່າຍທະຫານ ຍັງໄດ້ການ ໃຊ້ກຳລັງ
ຄວາມຮຸນແຮງ ປາບປາມເຂັນຂ້າ ປະຊາຊົນ ຊາວພະມ້າທີ່ລຸກຂຶ້ນມາປະທ້ວງຢ່າງສັນຕິໃນທົ່ວປະເທດ
, ໃນປັດຈຸບັນໄດ້ມີຊາວພະມ້າເສັຽຊີວິດເຖິງ ຫລາຍກວ່າ 50 ຄົນ ແລະ ຖືກຈັບກຸມ ນຶ່ງພັນກວ່າຄົນ ໂດຍມີການ ທຸບຕີທໍລະມານນັບທັງຄົນຫນຸ່ມນ້ອຍ
ຢ່າງໂຫດຮ້າຍສາມານ ທີ່ສຸດ ຊຶ່ງພວກເຮົາ
ຜູ້ຮັກຫອວມຄວາມເປັນທັມ ບໍ່ສາມາດ ອົດກັ້ນເບິງສະພາບການແບບນີຕໍ່ໄປໄດ້.
ເຖິງແມ່ນວ່າ
ຫລາຍປະເທດໄດ້ ປະນາມການຢ່າງຮຸນແຮງ ຕໍ່ການ ລັຖະປະຫານ ແລະ ປະກາດລົງໂທດ ທາງເສຖະກິດ
ຕໍ່ຝ່າຍຜະເດັດການທະຫານພະມ້າ ແຕ່ທາງຜະເດັດການທະຫານ ຍັງເດີນຫນ້າ ປາບປາມປະຊາຊົນ , ການຍິງປະຊາຊົນ ຜູ້ບໍ່ມີອາວຸດ ໃດໆ ເປັນການລະເມີດສິດທິມະນຸດ
ຢ່າງຮ້າຍແຮງ ທີ່ ຊາວໂລກ ຮັບບໍໄດ້.
ດັ່ງນັ້ນ ພວກເຮົາ ອົງການ ພັນທະມິຕເພື່ອປະຊາທິປະໄຕໃນລາວ
ທີ່ເປັນການຈັດຕັ້ງເຄືອນໄຫວ ທົ່ວໂລກ ເພື່ອປະຊາທິປະໄຕໃນລາວ ພ້ອມທັງປະຊາຊົນລາວ ຜູ້ຮັກຫອມ
ຄວາມເປັນທັມ ຈຶ່ງຮຽກຮ້ອງມາຍັງອົງການ ສະຫະປະຊາຊາດ ຈົ່ງໃຊ້ ມາຕະການ ອັນເດັນຂາດ
ລົງໂທດ ຈອາຜະເດັເການທະຫານພະມ້າ ກໍລະນີ ໂດຍການເອົາກອງກຳລັງຮັກສາຄວາມສະງົບ
ຂອງສະຫະປະຊາຂຊາດ ເຂົ້າໄປປົກປ້ອງປະຊາຊົນ ພະມ້າ ຢ່າງຮີບດ່ວນ.
ທີ່ເຢັຽຣະມັນ,ວັນທີ່ 4 ມິນາ 2021